ສາ­ລີ​ເປັນ​ພືດ​ເສດ­ຖະ­ກິດ​ທີ່ຊາວ​ກະ­ສິ­ກອນ​ນິ­ຍົມ​ປູກ​ກັນຫລາຍ​ອີກ​ຊະ­ນິດ​ຫນຶ່ງ, ເນື່ອງຈາກ​ຜົນ​ຜະ­ລິດ​ຂອງ​ສາ­ລີ​ຈະ​ມີລາ­ຄາ​ສູງ ແລະ ໃນ​ປະ­ຈຸ​ບັນ​ຍັງສາ­ມາດ​ນຳ​ມາຜະ­ລິດ​ເປັນ​ຫົວອາ­ຫານ​ສັດ​ນັບ​ວ່າ​ເປັນ​ພືດ​ເສດຖະ​ກິດ​ທີ່​ສຳ­ຄັນ​ຂອງ​ປະ­ເທດ​ສະນິດ​ຫນຶ່ງ​ເລີຍ​ກໍ່​ວ່າ​ໄດ້.
      ປູກ​ສາ­ລີ​ຖ້າ​ຈະ​ໃຫ້​ໄດ້​ຮັບ​ຜົນຜະ­ລິດ​ດີ​ຄວນ​ມີ​ເຕັກ­ນິກ​ຕາມ​ວິຊາ​ການ​ແນະ­ນຳ​ວ່າ: ການ​ກຽມດິນ​ປູກ​ສາ­ລີ​ຄວນ​ເລືອກ​ແບບ​ທີ່ເຫມາະ​ສົມ​ກັບ​ສະ­ພາບ​ຂອງ​ດິນເປັນ­ຕົ້ນ​ແມ່ນ​ການ​ປູກ​ພື້ນ​ພຽງຄວນ​ໄຖ​ດ້ວຍ​ຜານ​ສາມ 1 ຄັ້ງ, ເລິກ​ປະ­ມານ 20-Œ30 ຊັງ​ຕີ​ແມັດ ຕາກ​ດິນ 7-Œ10 ວັນ, ພວນ​ດິນດ້ວຍ​ຜານ​ເຈັດ 1 ຄັ້ງ, ແລ້ວ​ຍົກຮ່ອງ​ປູກ​ສູງ 25Œ-30 ຊັງ​ຕີ​ແມັດ, ຖ້າ​ປູກ​ເປັນ​ແຖວ​ດຽວ​ໃຫ້​ມີ​ໄລຍະ​ຫ່າງ​ລະ­ຫວ່າງ​ຮ່ອງ 75 ຊັງ ຕີ​ແມັດ, ຖ້າ​ປູກ​ເປັນ​ແຖວ​ຄູ່​ໃຫ້​ມີໄລ­ຍະ​ລະ­ຫວ່າງ​ຮ່ອງ​ປະ­ມານ 120 ຊັງ​ຕີ​ແມັດ. ກໍ­ລະ­ນີ​ປູກ​ໃນຮ່ອງ​ສວນແມ່ນ​ໃຫ້​ກວ້າງ​ປະມານ 4Œ5 ແມັດ, ຕາມ​ຄວາມ ຍາວ​ຂອງ​ພື້ນ​ທີ່ໂດຍ​ໃຊ້​ຈວບ ຫລື ລົດ​ໄຖ​ເດີນ​ຕາມ​ເປີດ​ຫນ້າດິນ​ເລິກ 15Œ-20 ຊັງ​ຕີ​ແມັດ, ຕາກ​ດິນ 7Œ-10 ວັນ, ຍ່ອຍ​ດິນ ດ້ວຍ​ແຮງ​ງານ, ປັບ​ລະ­ດັບ​ດິນ ໃຫ​​້ສະ​ຫມ່ຳ​ສະ­ເຫມີແລ້ວ​ຄາດເກັບ​ເສດ​ຊາກ, ຮາກ, ເຫງົ້າ, ຫົວ ແລະ ກ່າງ​ຂອງ​ວັດ​ສະ​ພືດຂ້າມ​ປີ​ອອກ​ຈາກ​ຫນານ.
   ຕາມ​ຫລັກ​ວິ­ຊາ​ການ​ຍັງ​ລະ­ບຸອີກ​ວ່າ­ການ​ປູກ​ສາ­ລີ​ດີ​ແທ້​ຄວນ​ວິເຄາະ​ດິນ​ກ່ອນ​ປູກຖ້າ​ດິນ​ມີ­ຄ່າຄວາມ​ເປັນ​ກົດ​ດ່າງ​ຕ່ຳ​ກວ່າ 5,5 ໃຫ້​ຫວ່ານ​ປູນ​ຂາວ​ໃນ​ອັດ ຕາ​ສ່ວນ 100-200 ກິ​ໂລກຣາມ​ຕໍ່​ໄລ່ແລ້ວ​ພວນ​ດິນ​ປົກ, ຖ້າ​ດິນ​ມີ​ອິນ​ຊີ​ວັດ­ຖຸ​ຕ່ຳ​ກວ່າ 1,5 ກ່ອນ​ຈະ​ພວນ​ດິນ​ໃຫ້​ໃສ່​ປຸຍ​ຫມັກ  ຫລື ຝຸ່ນ​ຄອກ​ທີ່​ຍ່ອຍ​ສະ­ຫລາຍ​ດີແລ້ວ​ໃນ​ອັດ­ຕາ​ສ່ວນ 500-1.000 ກິ​ໂລກ​ຣາມ​ຕໍ່​ໄລ່ ຫລື ຫວ່ານ​ພືດ​ບຳ­ລຸງ​ດິນ​ເຊັ່ນ: ຖົ່ວຂຽວ​ອັດ­ຕາ 5 ກິ​ໂລກ​ຣາມ​ຕໍ່​ໄລ່ແລ້ວ​ໄຖ​ປົກ​ໃນ​ໄລ­ຍະ​ຕິດ​ມານ ຫລື ຫລັງ​ເກັບ​ກ່ຽວ​ຜົນ​ຜະ­ລິດຂອງ​ພືດ​ບຳ­ລຸງ​ດິນ.
   ຊາວ​ສວນ ຫລື ທ່ານ​ໃດ​ທີ່​ມີຈຸດ­ປະ­ສົງ​ຈະ​ປູກ​ສາ­ລີ​ໃຊ້​ໃນ​ຄົວເຮືອນ ຫລື ເປັນ​ສິນ­ຄ້າ​ກໍ່​ຕາມກ່ອນ​ປູກ​ທຸກ​ຄັ້ງ​ຕ້ອງ​ຄົນ​ແນວພັນ​ດ້ວຍ​ສານ​ປ້ອງ​ກັນ​ກຳ­ຈັດ​ໂລຄາ​ນ້ຳ​ຄ້າງ​ຕາມ​ຄຳ​ແນະ­ນຳສຳລັບການ​ປູກ​ພື້ນ​ພຽງແນວ​ພັນ​ທີ່ມີ​ຄວາມ​ງອກ​ສູງ​ກວ່າ 85% ໃຫ້​ຢອດ 1 ເມັດ​ຕໍ່​ຂຸມ, ໃຊ້​ແນວພັນ 1,0-Œ1,5 ກິ​ໂລກ​ຣາມ​ຕໍ່​ໄລ່, ຖ້າ​ແນວ​ພັນ​ມີ​ຄວາມ​ງອກ​ຕ່ຳ ກວ່າ 85% ຄວນ​ຢອດ​ເມັດ 1-Œ2 ເມັດ​ຕໍ່​ຂຸມ, ໃຊ້​ແນວ​ພັນ 1,5-Œ2,0 ກິ​ໂລກ​ຣາມ​ຕໍ່​ໄລ່, ອັດ­ຕາປູກ​ທີ່​ເຫມາະ​ສົມ​ສຳ­ລັບ​ການ​ບໍ​ລິໂພກ​ຫມາກ​ສົດ​ປະ­ມານ 8.500 ຕົ້ນ​ຕໍ່​ໄລ່, ສຳ­ລັບ​ອຸດ­ສາ­ຫະ­ກຳແປ​ຮູບ 8.500Œ-11.000 ຕົ້ນ​ຕໍ່ ໄລ່. ຖ້າ​ປູກ​ເປັນ​ແຖວ​ດ່ຽວ​ໃຊ້​ໄລຍະ​ລະ​ຫວ່​າງ​ຂຸມ 25 ຊັງ​ຕີ​ແມັດ ຫລື ຖ້າ​ປູກ​ເປັນ​ແຖວ​ຄູ່​ໃຫ້​ປູກຂ້າງ​ສັນ​ຮ່ອງ​ແບບ​ສະ­ຫລັບ​ພັນປາ​ໃຊ້​ໄລ­ຍະ​ຫ່າງ​ລະ­ຫວ່າງ​ຂຸມ  25-Œ30 ຊັງ​ຕີ​ແມັດ, ເມື່ອ​ສາລີ​ມີ​ອາ­ຍຸ​ປະ­ມານ 14 ວັນ​ຖອນແຍກ​ໃຫ້​ເຫລືອ​ຂຸມ​ລະ 1 ຕົ້ນ. ສ່ວນ​ປູກ​ໃນ​ຮ່ອງ​ສວນໄລ­ຍະ​ປູກ 50x50 ຊັງ​ຕີ​ແມັດ, ເຮັດ​ຂຸມ​ປູກ ເລິກ 3Œ5 ຊັງ​ຕີ​ແມັດ ຢອດເມັດ​ຈຳ­ນວນ 2-Œ3 ເມັດ​ຕໍ່​ຂຸມ ແລ້ວ​ປົກ​ດ້ວຍ​ດິນ, ເມືອ​ສາ­ລີມີ​ອາ­ຍຸ​ປະ­ມານ 14 ວັນ  ໃຫ້ຖອນ​ແຍກ​ເຫລືອ 2 ຕົ້ນ​ຕໍ່​ຂຸມ ຈຳ­ນວນ 6.500-Œ8.500 ຕົ້ນ​ຕໍ່ໄລ່.
   ສາ­ລີ​ພາຍ­ຫລັງ​ຜ່ານ​ຂັ້ນ​ຕອນ ການ​ປູກ​ແລ້ວ​ຍັງ​ຕ້ອງ­ການການ​ດູ​ແລ​ຮັກ­ສາ, ການ​ໃສ່​ປຸຍ: ຄັ້ງ​ທີ 1 ເພື່ອ​ຮອງ​ກົ້ນ​ຮ່ອງພ້ອມ​ປູກ​ໃນ​ອັດ­ຕາ​ສ່ວນ 60-Œ80 ກິ​ໂລກ​ຣາມ​ຕໍ່​ໄລ່ ແລະ ຄັ້ງ​ທີ 2 ເມື່ອ​ສາ­ລີ​ອາ­ຍຸ​ໄດ້ 20 ວັນ​ໃຫ້​ໃສ່​ປຸຍ​ໃນ​ອັດ­ຕາ 60-Œ80 ກິ​ໂລກ​ຣາມຕໍ່​ໄລ່, ໂຮຍ​ຂ້າງ​ຕົ້ນ ຫລື ​ຂ້າງ​ແຖວ​ແລ້ວ​ພວນ​ດິນປົກ, ກໍ​ລະ​ນີ​​ທີ່​ມີ​ການ​ລະ­ບາຍ​ນ້ຳ​ດີ ແຕ່​ສາ­ລີ​ມີ​ລັກ­ສະ­ນະ​ຕົ້ນ​ເຕ້ຍ ແລະ ໃບ​ເຫລືອງຄວນ​ໃສ່​ປຸຍໃນ​ອັດ­ຕາ 2 ກິ​ໂລກຣາມ​ຕໍ່​ໄລ່, ເມື່ອ​ສາ­ລີ​ອາ­ຍຸ​ໄດ້ 40-Œ45 ວັນ.
   ບໍ່​ພຽງ​ແຕ່​ເທົ່າ​ນັ້ນ​ສາ­ລີ​ຍັງຕ້ອງ­ການ​ນ້ຳ​ເພື່ອ​ເພີ່ມ​ຄວາມ​ຊຸ່ມຂອງ​ດິນ​ເຖິງ​ແມ່ນ​ວ່າ​ຢູ່​ບ້ານ​ເຮົາປົກ­ກະ­ຕິ​ຈະ​ອາ­ໄສ​ແຕ່​ນ້ຳ​ຝົນ​ກໍ່​ຕາມ​ແຕ່​ໃນ​ຫລັກ​ວິ­ຊາ​ການ​ແນະນຳ​ວ່າ: ຕົ້ນ​ສາ­ລີ​ເຮົາ​ສາ­ມາດໃຫ້​ນ້ຳ​ໄດ້​ທັງ​ແບບ​ຕາມ​ຮ່ອງ ຫລື ແບບ​ພົ່ນ​ຝອຍ ເຊິ່ງ​ຈະ​ປະ­ຢັດກວ່າ​ການ​ໃຫ້​ນ້ຳ​ແບບ​ຕາມ​ຮ່ອງການ​ໃຫ້​ນ້ຳ​ແບບ​ພົ່ນ​ຝອຍ​ຄວນໃຫ້ 7-Œ10 ວັນ​ຕະ­ຫລອດ​ລະ­ດູ​ປູກ ສ່ວນ​ການ​ໃຫ້​ນ້ຳ​ຕາມ​ຮ່ອງ​ຄວນໃຫ້​ນ້ຳ​ສູງ​ເຖິງ​ລະ­ດັບ​ເສດ 3 ສ່ວນ 4 ຂອງ​ຮ່ອງ, ເພື່ອ​ໃຫ້​ເມັດ ສາ­ລີ​ງອກ​ສະ​ຫມ່ຳ​ສະ­ເຫມີຫລັງ​ຈາກ​ນັ້ນ​ໃຫ້​ນ້ຳ​ທຸກ 3Œ-5 ວັນ. ສຳ­ລັບ​ດິນ​ລ້ວນ ຫລື ດິນ​ປົນ​ຊາຍ, 7Œ-10 ວັນ ສຳ ລັບ​ດິນ​ຫນຽວ​ປົນ​ຊາຍ ບໍ່​ຄວນໃຫ້​ນ້ຳ​ຖ້ວມ​ຂັງ​ໃນ​ຫນານ​ດົນເຖິງ 24 ຊົ່ວ­ໂມງ ເພາະ​ສາ­ລີ​ຈະຢຸດ​ການ​ຈະ­ເລີນ​ເຕີບ​ໂຕ ແລະ ຜົນ​ຜະ­ລິດ​ຈະ​ຫລຸດ​ລົງ ຫລື ອີກ​ວິທີ​ຄືໃຫ້​ນ້ຳ​ໃນ​ຮ່ອງ​ສວນ​ຄວນ​ໃຫ້ນ້ຳ​ໂດຍ​ການ​ຕັກ​ນ້ຳ​ສາດ​ໃສ່ ຫລື ໃຊ້​ເຄື່ອງ​ສູບ​ນ້ຳ​ວາງ​ໃນ​ເຮືອຂະ­ຫນາດ​ນ້ອຍ​ແລ້ວ​ສູບ​ນ້ຳໃນ​ຮ່ອງ​ໃສ່, ຄວນ​ໃຫ້​ນ້ຳ​ທັນ­ທີຫລັງ​ປູກ ແລະ ຫລັງ​ໃຫ້​ປຸຍທຸກ​ຄັ້ັ້ງ, ຖ້າ​ໃບ​ສາ­ລີ​ຫາກ​ຫ່ຽວ ຫລື ໃບ​ມ້ວນ​ໃນ​ຕອນ​ເຊົ້າ ຫລື ແລງ​ສະ­ແດງ​ວ່າ​ຂາດ​ນ້ຳ, ຕ້ອງໃຫ້​ນ້ຳ​ທັນ­ທີແຕ່​ຄວນ​ລະ­ວັງ​ຢ່າໃຫ້​ຂາດ​ນ້ຳ​ໃນ​ໄລ­ຍະ​ປະ­ສົມ​ເກສອນ ແລະ ຕິດ​ເມັດ​ເພາະ​ຈະເຮັດ​ໃຫ້​ຜົນ​ຜະ­ລິດ​ຫລຸດ​ລົງຫລາຍ.
  ສຳ­ລັບ​ວິ­ທີ​ການ​ເກັບ​ກ່ຽວ​ສາລີແຕ່​ລະ​ພັນ​ແມ່ນ​ມີ​ອາ­ຍຸ​ການເກັບ​ກ່ຽວ​ບໍ່​ເທົ່າ​ກັນໂດຍ​ທົ່ວ​ໄປສາ­ລີ​ມີ​ອາ­ຍຸ​ການ​ເກັບ​ກ່ຽວ​ລະຫວ່າງ 100Œ-120 ວັນ, ສ່ວນການ​ເກັບ​ກ່ຽວ​ຄວນ​ເກັບ​ເມື່ອ​ສາລີ​ແກ່​ເຕັມ­ທີ່, ກາບ​ຫຸ້ມ​ມານ​ແຫ້ງ, ໃບ​ແຫ້ງ​ເຊິ່ງ​ເມັດ​ຄວນ​ມີ​ຄວາມຊຸ່ມ​ບໍ່​ເກີນ 30% , ເຊິງ​ການ​ເກັບກ່ຽວ​ອາດ​ຈະ​ເຮັດ​ໄດ້​ທັງ​ໃຊ້​ແຮງງານ​ຄົນ ຫລື ໃຊ້​ເຄື່ອງ​ຊ່ວຍ​ເກັບກ່ຽວ

 

 

Free Web Hosting